ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ຄວາມ​ໝັ້ນຄົງ ​ສປຊ ປະຊຸມ​ດ່ວນ​ກ່ຽວ​ກັບ​ບັນຫາ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ​ຢູ່ ເຂດ​ກາ​ຊາ

     ອີງ​ຕາມ​ລາຍ​ງານ​ຈາກ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 5 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ຕອນ​ບ່າຍ​ວັນ​ທີ 5 ກຸມ
ພາ 2024, ຢູ່​ນະຄອນ ນິວ​ຢອກ ຂອງ ສ. ອາ​ເມ​ຣິ​ກາ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ (​ສປຊ) ໄດ້​ໂຮມ​ປະຊຸມ​ດ່ວນຕາມ​ຂໍ້​ສະເໜີ​
ຂອງ ​ຣັດ​ເຊຍ ເພື່ອ​ພິຈາ ລະນາ​ກ່ຽວ​ກັບ​ເຫດ​ຄວາມ​ເຄັ່ງ​ຕຶງທີ່​ພວມ​ເພີ່ມ​ຂຶ້ນ​ຢູ່​ເຂດ​ຕາເວັນ​ອອກ​ກາງ.

     ທ່ານ ​ນາງ ໂຣ​​ສ​ແມ​ຣີ ດີ​ຄາ​ໂລ (Rosemary DiCarlo), ຮອງ​ເລຂາທິການ​ໃຫຍ່ ​ສປຊ, ຮັບຜິດຊອບ​ບັນຫາ​ການເມືອງ ແລະ ສ້າງ
​ສັນຕິພາບ​ຄືນໃໝ່ ກ່າວ​ມີ​ຄຳ​ເຫັນ​ໃນ​ກອງ​ປະຊຸມ ພ້ອມ​ທັງ​ເຕືອນ​ວ່າ: ບັນດາ​ການ​ບຸກ​ໂຈມ​ຕີ ໄດ້​ເພີ່ມ​ຂຶ້ນ​ຢູ່​ຫຼາຍ​ບ່ອນ​ໃນ​ເຂດ​ຕາເວັນ​ອອກ
​ກາງ
. ສະນັ້ນ, ຄວນ​ມີ​ມາດ​ຕະການ ຫຼື ການ​ກະທຳ​ອັນ​ຮີບ​ດ່ວນ ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ດັ່ງກ່າວ. ທ່ານ ນາງ ໂຣ​​ສ​ແມ​ຣີ ໄດ້​ກ່າວ​ຕື່ມ​ວ່າ:
ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕີ​ເຣ​​ສ (Antonio Guterres), ເລຂາທິການ​ໃຫຍ່ ​ສປຊ ໄດ້​ກ່າວ​ເຕືອນ​ຫຼາຍ​ເທື່ອ​ແລ້ວກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ
​ຕຶງ​ທີ່​ເພີ່ມ​ຂຶ້ນ ແລະ ການ​ປະ​ເມີນ​ເຫດການ​ທີ່​ຜິດພາດ ນັບ​ແຕ່​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ ຂະ​ບວນ​ການ​ຮາ​ມາ​​ສ ແລະ ອິດ​ສະ​ຣາ​ແອນ ຖື​
ວ່າ​ຕົກ​ຢູ່​ໃນ​ສະພາບ​ການ​ທີ່​ອັນຕະລາຍ. ໃນ​ການ​ປະຊຸມ, ທ່ານ ຈາງ ຈຸນ (Zhang Jun) ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຈີນ ປະຈຳ ​ສປຊ ໄດ້​ເນັ້ນ
​ໜັກ​ວ່າ: ຈຸດ​ຫຼັກ​ຂອງ​ບັນຫາ​ເຂດ​ຕາເວັນ​ອອກ​ກາງ​ໃນ​ປະຈຸ​ບັນ ແມ່ນ​ຍັງ​ບໍ່​ທັນ​ມີ​ຄຳສັ່ງ​ຢຸດ​ຍິງ​ໃນ​ເຂດ​ກາ​ຊາ. ແຕ່​ລະ​ປະເທດ​ໃນ​ເຂດ​ພາກ​ພື້ນ
ຕ້ອງ​ໃຫ້​ຄຳ​ໝັ້ນ​ສັນຍາໃນ​ການ​ເດີນ​ຕາມ​ເປົ້າ​ໝາຍ​ລວມ ເຊິ່ງ​ແມ່ນ​ການ​ຮັບປະກັນ​ຄວາມ​ມີ​ສະຖຽນ​ລະ​ພາບ​ຢູ່​ພາຍ​ໃນ​ພາກ​ພື້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/02/2024